ສາສະໜາເກີດມາຈາກອັນໃດແລະເປັນຫຍັງຈຶ່ງຕ້ອງມີສາສະໜາເມື່ອເວົ້າເຖີງສາສະໜາຕ້ອງເວົ້າເຖີງຮີດຄອງປະເພນີ
ຫຼືລັດທິຫຼືລັດທິສາສະໜາຄັ້ງມະນຸດດຶກດຳບັນທີ່ຫາກໍ່ພັດທະນາຕົນເອງໃຫ້ມາສູ່ຄວາມເປັນຄົນແລະກ້າວໜ້າກວ່າຈຳ
ພວກລິງທີກາຍມາເປັນມະນຸດນັ້ນນອກຈາກຊອກຢູ່ຫາກິນຕໍ່ສູ້ກັບໄພທຳມະຊາດເພື່ອມີຊີວິດຢູ່ລອດແລ້ວພວກເຂົາຍັງ
ນັບຖືຄົນທີ່ມີອາຍຸ ຄືພໍ່ແມ່ເຖົ້າແກ່ ເມື່ອພໍ່ແມ່ຂອງພວກເຂົາໄດ້ຕາຍຈາກໄປພວກເຂົາຜູ້ເປັນລູກກໍ່ມີການຝັນເຫັນ ພໍ່ແມ່
ທີ່ມີສະພາບຕ່າງໆນານາຝັນເຫັນສິ່ງແປກປະຫຼາດຝັນເຫາະເຫີນເດີນອາກາດແລະອື່ນໆ ດັ່ງນັ້ນພວກເຂົາຈຶ່ງ ພາກັນ
ຄິດວ່າຄົນທີ່ຕາຍຈາກໄປນັ້ນບໍ່ແມ່ນຕາຍ ຫາກແມ່ນການສັບປ່ຽນຮ່າງໄປສູ້ໂລກໃໝ່ເຊີ່ງຄົນທຳມະດາ ບໍ່ອາດຈະແນມ
ເຫັນດ້ວຍສາຍຕາເປົ່າໄດ້ເມື່ອຄວາມເຊື່ອອັນນີ້ຖືກຝັງແໜ້ນຢູ່ໃນຈິດໃຈຕໍ່ໆກັນມາຫຼາຍຊົ່ວຄົນແລະຄວາມນຶກຄິດຂອງ
ຄົນນັບມື້ນັບມີການພັດທະນາ ຈຶ່ງເກີດມີຄົນພາກັນຄົ້ນຄິດ ແລະອອກໄປຊອກຫາເພື່ອໃຫ້ບັນລຸເຊີ່ງການເປັນຄົນດີເລີດ
ແລະຄົນດີນັ້ນຈະຫຼຸດພົ້ນຈາກກິເລດຫຼືຄວາມທຸກທັງປວງເມື່ອມີຄົນຄົ້ນຄິດຊອກຫາຄຳເວົ້າແລະການກະທຳທີ່ດີມາສັ່ງ
ສອນຄົນໃຫ້ທຳຄວາມດີ ຄົນທັງປວງທັງຫຼາຍກໍ່ເຄົາລົບນັບຖືຕິດຕາມໄປຢູ່ນຳເພື່ອສືບທອດເຈຕະນາລົມອັນດີນັ້ນແລ້ວ
ກໍ່ເກີດເປັນລັດທິ ເກີດເປັນສາສະໜາເກີດເປັນຮີດຄອງປະເພນີຕາມມາມາຮອດມື້ນີ້ໜ່ວຍໂລກທີ່ຄົນເຮົາອາໃສຢູ່ນີ້ມີອາ
ຍຸໄດ້ປະມານ 4.600 ລ້ານປີແລະການປະກົດຕົວຂອງມະນຸດຂື້ນຢູ່ໃນໂລກນີ້ມີໄດ້ປະມານ30.00ລ້ານປີຫຼື4.000ປີ
ແລ້ວມະນຸດພັດທະນາຕົວເອງໃຫ້ຈະເລີນກ້າວໜ້າມາເລື້ອຍໆ. ອັນທີ່ເກີດຂື້ນມາພ້ອມມະນຸດກໍ່ຄື ຄວາມເຊື່ອຖືສາສະ
ໜາລັດທິຮີດຄອງປະເພນີ. ຂ້າພະເຈົ້າຂໍຍົກເອົາບັນດາສາສະໜາທີສຳຄັນຂອງໂລກມານຳສະເໜີແກ່ບັນດາທ່ານເຊັ່ນ
ສາສະໜາພຸດ,ສາສະໜາຄິສ,ສາສະພາມ,ສາສະໜາອິດສະລາມແລະສາສະໜາຮີນດູ.