ປະເທດແລະສະຖານທີ່ກ່ຽວຂ້ອງກັບພຸດທະສາສະໜາ
Posted by ພຣະ ບຸນໜາແກ້ວວົງສາ on Monday, July 27, 2009
ສາສະໜາພຸດໄດ້ອຸບັດຂື້ນໃນຊົມພູທະວີບແຫ່ງດິນແດນຕອນເໜືອຂອງປະເທດອິນເດຍມີ16
ແຄ້ວນໃຫຍ່ໆ ໄດ້ກ່າວໃນຄຳພີທາງພະພຸດທະສາສພໜາ ແຕ່ລະແຄ້ວນຕັ້ງຮຽງຢາຍກັນຢູ່ຕັ້ງ
ແຕ່ລຸ່ມແມ່ນ້ຳກາບູນຈົນຮອດຝັ່ງແມ່ນ້ຳໂຄທະວະລີມີ ຄວາມສຳຄັນກ່ຽວຂ້ອງກັບພຸດທະສາສະ
ໜາແລະແຕ່ລະບັນດາແຄ້ວນແມ່ນມີຄວາມສຳຄັນຕໍ່ກັບພຣະພຸດທະສາສະໜາດັ່ງນີ້ :
1.ແຄ້ວນອັງຄະເມືອງຫຼວງຊື່ວ່າຈັມປາໃນສະໃໝພຸດທະການແຄ້ວນນີ້ຢູ່ໃຕ້ອຳນາດຂອງແຄ້ວນ
ມະຄົດຕັ້ງຢູ່ແຄມຝັ່ງແມ່ນ້ຳຈັມປານອກຈາກເ ມືອງຫຼວງນີ້ແລ້ວຍັງມີເມືອງພັດທິຍະ,ອັງສະປຸຣະ
ແລະເມືອງອາປານະຊື່ 3 ເມືອງນີ້ກໍ່ມີກ່າວໃນຄຳພີທາງພຣະພຸດທະສາສະໜາ.
2.ແຄ້ວນມະຄະທະຫຼື້ມະຄົດ 1 ເປັນແຄ້ວນໃຫຍ່ໃນຊົມພູທະວີບ ໃນພຸດທະການຕັ້ງຢູ່ໃຕ້ຝັ່ງແມ່
ນ້ຳຄົງຄາຕອນກາງແຄ້ວນນີ້ມີອຳນາດຫຼາຍແຂ່ງກັບແ ຄ້ວນໂກສົນແລະເປັນທີ່ພຣະພຸດທະເຈົ້າ
ປະດິດສະຖານ(ຕັ້ງ)ພຣະພຸດທະສາສະໜາ ໃນສະໃໝນັ້ນມະຄົດມີເມືອງຫຼວງຊື່ວ່າຣາຊະຄືຫະ
ລາຊາຜູ້ປົກຄອງຊື່ວ່າ ພຣະເຈົ້າພິມພິສານ ໃນຕອນປາຍພຸດທະການຣາຊາຜູ້ປົກຄອງຖືກລູກ
ຊາຍຊື່ວ່າອາຊາຕະສັດຕູ ຂ້າພໍ່ແລ້ວຂື້ນຄອງເມືອງແທນພໍ່, ຕໍ່ມາໃນສະໃໝພຣະເຈົ້າກາລະໂສກ
ເມືອງຫຼວງ ຖືກຍ້າຍໄປຕັ້ງຢູທີ່ເມືອງປະຕະລີບຸດ ແຄມຝັ່ງແມ່ນ້ຳຄົງຄາເໜືອເມືອງຣາຊະຄື ຂື້ນ
ໄປມະຄົດມີຄວາມຈະເລີນຮຸ່ງເຮືອງສີວິໄລຫຼາຍໃນທີ່ສຸດ ໃນສະໃໝພຣະເຈົ້າອາໂສກມະຫາລາດ
ມີແຄ້ວນໃຫຍ່ໆລວມເຂົາກັນຢູ່ພາຍໃນອານາຈັກຂອງພຣະອົງ, ປະຈຸບັນນີ້ບໍລິເວນທີເຄີຍເປັນ
ແຄ້ວນມະຄົດໃນສະໃໝພຸດທະການນັ້ນເອີ້ນວ່າແຄ້ວນພິຫານຍັງເປັນສະຖານທີ່ໆພຣະພຸດທະ
ເຈົ້າໄດ້ຊົງກະທຳຄວາມພຽນເປັນໄລຍະເວລາອັນຍາວນານ ໃນລະຫວ່າງທີ່ພຣະອົງຊົງຄົ້ນຫາ
ສັດຈະທຳ 6 ປີຈຶ່ງໄດ້ຕັດຮູ້ພຣະອະນຸດຕະລະສຳມາໂພທິຍານໃນວັນຂື້ນ15 ຄຳ່ເດືອນ6ປີລະກາ
ເອີ້ນວ່າວັນວິສາຄະບູຊາເປັນວັນສຳຄົນວັນໜຶ່ງໃນ 3 ວັນທາງພຸດທະສາສະໜາ.ມະຄົດ 2 ເປັນ
ພາສາທີ່ໃຊ້ເວົ້າກັນໃນແຄ້ວນມະຄົດຫຼືເປັນພາສາຂອງຊາວແຄ້ວນມະຄົດ ແລະຖືກັນວ່າເປັນພາ
ບາລີໃຊ້ຈາລຶກພຸດທະວະຈະນະຂອງພະພຸດທະອົງໄວ້ສືບມາຈົນເຖີງທຸກວັນນີ້ ຄືພາສາມະຄົດ
3.ແຄ້ວນກາສີ ເມືອງຫຼວງຊື່ວ່າພະລານາສີແຄ້ວນນີ້ ໃນສະໃໝພຸດທະການຢູ່ໃຕ້ອຳນາດຂອງ
ແຄ້ວນໂກສະລະມີ ພຣະເຈົ້າປະເສນທິໂກສົນ ເປັນກະສັດປົກຄອງເມືອງພະລານະສີຕັ້ງຢູ່ແຄມ
ແມ່ນ້ຳຄົງຄາທາງທິດຕາເວັນຕົກເມືອງນີ້ ມີຄວາມສຳຄັນທາງພຸດທະສາສະໜາຄື ພຣະພຸດທະ
ເຈົ້າຊົງໄດ້ສະແດງທຳມະຈັກກັບປະວັດຕະສູດ ເປັນປະຖົມມະເທສະໜາ ກັນທຳອິດທີ່ປ່າອິສິປັດ
ຕະນະມິຄາທາຍະວັນເຊີ່ງຕັ້ງ ໃນເມືອງພາລານະສີປະຈຸບັນນີ້ເອີ້ນ ອິສິປັດຕະນະມິຄະທາຍະວັນ
ວ່າ“ສາຣະນາດ” ໄດ້ມີການຂຸດຄົ້ນພົບສິ່ງຕ່າງໆທີ່ມີມາກຫຼາຍເປັນຫຼັກຖານທາງສາສະໜາພຸດ
1.ພຣະສາຖູບເຊີ່ງເປັນສະຖານທີ່ພຣະພຸດທະເຈົ້າພໍ້ກັບປັນຈະວັກຄີທັງ 5
2.ມູນລະຄັນທະກຸຕິທີ່ປະທັບຂອງພຣະພຸດທະເຈົ້າຊົງສະແດງປະຖົມມະເທສະໜາ
3.ເສົາສີລາຈາລຶກຂອງພຣະເຈົ້າອາໂສກມະຫາລາດ.
4.ຊາກພຣະສາຖູບຂອງພຣະບໍລົມສາລິກະທາດພຣະເຈົ້າອາໂສເປັນຜູ້ສ້າງຂື້ນ.
5.ຊາກກຸຕິວິຫານ ກັບເຈດີນ້ອຍ ໃຫຍ່ຢ່າງຫຼວງຫຼາຍ.
6.ພຣະພຸດທະຮູບຫີນປາງພຣະປະຖົມມະເທສະໜາ ເຊີ່ງເຊື່ອຖືກັນວ່າ ເປັນພຣະພຸດທະຮູບອົງ
ທຳອິດຂອງພຣະພຸດທະສາສະໜາມີຄວາມຈົບງາມຫຼາຍ.
7.ສິງຫົວເສົາທີ່ຄັວດແກະດ້ວຍຫີນທັງກ້ອນມີຈຳນວນ4 ໂຕນັ່ງປີ່ນຫຼັງເຂົ້າຫາກັນໃຫ້ໜ້າປິ່ນອອກ
ສູ່ທິດທັງ 4ພຣະເຈົ້າອາໂສກເປັນຜູ້ຊົງສ້າງຂື້ນ.ປັດຈຸບັນທາງລັດຖະການອິນເດຍໄດ້ເອົາສິງ 4ໂຕ
ນີ້ເປັນສັນຍາລັກກາປະຈຳປະເທດສາທາລະນະລັດອິນເດຍ.
4.ແຄ້ວນໂກສາລະຫຼືໂກສົນເມືອງຫຼວງຊື່ວ່າສາວັດຖີ ໃນເມືອງສາວັດຖືນີ້ພຣະພຸດທະເຈົ້າໄດ້ຊົງ
ປະທັບທີ່ວັດພຣະເຊຕະນາວັນມະຫາວິຫານ19 ວັດສາແລະທີ່ວັດບຸບຜາລາມ6ວັດສາເຊີ່ງອານາ
ຖະບິນທິກະເສດຖີມະຫາອຸໂປສົກ ແລະ ນາງວິສາຂາມະຫາອຸປາສິກາ ທັງສອງທ່ານນີ້ເປັນຜູ້ບໍລິ
ຈາກຊັບຢ່າງມະຫາສານສ້າງຖວາຍສັງຄະຣາມ ແດ່ພຣະອົງແລ້ວຍັງມີພຣະເຈົ້າປະເສນທິໂກສົນ
ແລະພຣະນາງມັນລິກາອັກຄະລະມະເຫສີ ເປັນກຳລັງແຮງສຳຄັນໃນການປະກາດຫຼັກຄຳສອນ
ຂອງພຣະອົງນຳອີກດ້ວຍປະຈຸບັນນີ້ຍັງມີ ຊາກວັດພຣະເຊຕະວັນ ເຊີ່ງເປັນວັດທີ່ມີຄວາມຈະເລີນ
ຮຸ່ງເຮືອງໃນສະໃໝທີພຣະອ ົງຍັງຊົງມີຊີວິດຜາກົດຢູ່ແລະ ຕົ້ນມະຫາໂພທີ່ພຣະພຸດທະອົງ ໄດ້ອະ
ທິຖານປູກ.
5.ແຄ້ວນວັດຊີ ເມືອງຫຼວງຊື່ວ່າເວສາລີແຄ້ວນນີ້ມີກະສັດປົກຄອງແຕ່ ມີການປົກຄອງເປັນຄະນະ
ແບບສາມະຄີທຳ(ປະຊາທິປະໄຕ)ໂດຍມີສະພາປະຊຸມກັນຄັດເລືອກຜູ້ເປັນປະມຸກຂື້ນມາປົກຄອງ
ແຄ້ວນຄະນະສະພາມາຈາກວົງຕ່າງໆມີ 8 ວົງດ້ວຍກັນໃນຈຳນວນນີ້ມີວົງວິດສາລີແຫ່ງເມືອງເວ
ສາລີແລະວົງວິເທຫະແຫ່ງເມືອງມິຖິລາເປັນວົງທີ່ມີອິດທິພົນຫຼາຍທີ່ສຸດເມືອງເວສາລີເປັນເມືອງທີ່
ມີຄວາມສຳຄັນທາງພຸດທະສາສະໜາຄື:
1.ພຣະພຸດທະເຈົ້່າໄດ້ສະເດັດມາປະທັບທີ່ກູຕະຄາຣະສາລາປ່າມະຫາວັນ.
2.ມີເຊື້ອເຈົ້າຫຼາຍອົງຄື:ເຈົ້າມະຫາລີ,ເຈົ້າພັດທິຍະ,ເຈົ້າສະລະຫະ,ເຈົ້າອະໄພແລະສີຫະເສນາບໍດີ
ໄດ້ເຂົ້າໄຫວ້ພຣະພຸດທະເຈົ້າເພື່ອທູນຖາມປັນຫາແລະພັງທຳ.
3.ພຣະນາງປະຊາບໍດີພ້ອມດ້ວຍເຫຼົ່າເຈົ້າຍິງວົງສາກຍະ 500 ຄົນໄດ້ແຖຫົວຄອງເພດນັກບວດ
ເພື່ອຂໍບວດໃນພຣະພຸດທະສາສະໜາເຮັດໃຫ້ພຣະພຸດທະເຈົ້າຊົງອະນຸຍາດໃຫ້້ມີການບວດເປັນ
ພິດສຸນິສົງເປັນເທື່ອທຳອິດຂອງພຣະພຸດທະສາສະໜາ.
4.ພຣະພຸດທະເຈົ້າຊົງຈຳວັດສາທີ່ເວຣຸວະນາຣາມ.
5.ພຣະພຸດທະເຈົ້າຊົງປົງອາຍຸສັງຂານຄືບອກບອກກຳນົດວັນໝົດອາຍຸທີ່ປາວາລະເຈດີ.
6.ຫຼັງຈາກພຣະພຸດທະເຈົ້ານິບພານແລ້ວ 100 ປີກໍ່ໄດ້ມີການສັງຄະຍານາເທີ່ືອທີສອງທີ່ເວຣຸກາ
ຣາມ.
6.ແຄ້ວນມັນລະມີເມືອງຫຼວງຢູ່ສອງເມືອງຄື: ເມືອງກຸສີນາລາແລະເມືອງປາວາຕັ້ງຢູ່ຫ່າງກັນ 3
ຄາວຸດ(ປະມານ 12 ກິໂລແມັດ) ມີການປົກຄອງເປັນຄະນະ, ແຄ້ວນມັນລະມີຄວາມສຳຄັນແລະ
ເປັນດິນແດນສັກສິດທາງພຣະພຸດທະສາສະໜາຄື:
1.ສະຖານທີ່ທີ່ພຣະພຸດທະເຈົ້າປະລິນິບພານໃນປ່າສາລະວັນເປັນພຣະຣາຊະອຸທະຍານສຳຫຼັບ
ສະເດັດປະພາດຂອງເຫຼົ່າກະສັດມັນລະ ມີສິ່ງມະຫັດສະຈັນຜາກົດຂື້ນຄືມີຊາກຂອງກຸສິນາລາ
ປະກົດຂື້ນມາໃຫ້ເຫັນຈື່ງມີການຂຸດຄົ້ນ ແລ້ວພົບເຫັນແທ່ນທີ່ພຣະພຸດທະເຈົ້າປະທັບສາຍຍານ
ນອນປະລິນິບພານ.
2.ເຈົ້າຊາຍສິດທັດຖະສະເດັດອອກຈາກພຣະລາດຊະວັງ ທີ່ປະທັບອອກສູ່ແມ່ນ້ຳອະໂນມາແລະ
ຊົງປົງເກສາຄອງຜ້າກາສາວະພັດອະທິຖານເພດບັນພະຊາ, ແລ້ວປະທັບຢູ່ທີ່ອະນຸປິຍະອັມພະ
ວັນເປັນເວລາ 7 ກ່ອນທີຈະສະເດັດສູ່ຣາຊະຄື.
3.ພຣະພຸດທະອົງໄດ້ສະເດັດກັບມາປະທັບທີ່ ອະນຸປິຍະອັມພະວັນອິກເທື່ອໜຶ່ງກ່ອນທີ່ພຣະອົງ
ໄດ້ຕັດສະຮູ້ແລ້ວ.
4.ໃນທີແຫ່່ງນີ້ໄດ້ມີພຣະຍາດຕິວົງຂອງພຣະອົງ 6 ອົງຄື:ອະນຸຣຸດທະ,ພັດທິຍະ,ອານັນທະ,ພະ
ຄຸ,ກິມພິລະ,ເທວະທັດແລະນາຍອຸບາລີພູສາມາລາ ມາເຝົ້າເພື່ອທູນໄຫວ້ຟັງທຳຂໍບວດໃນພຣະ
ພຸດທະສາສະໜາຂອງພຣະອົງ.
7.ແຄ້ວນເຈຕິເມືອງຫຼວງຊື່ວ່າ ໂສດຖິວະດີຫຼືໂສດຖິຍະນະຄອນພຣະພຸດທະເຈົ້າສະແດງທຳມະ
ເທສະໜາໂຜດຊາວເມືອງເຈດີເປັນຈຳນວນຫຼວງຫຼາຍທີ່ຕາແສງສະຫະຊາດ.
8.ແຄ້ວນອັງເມືອງຫຼວງຊື່ວ່າໂກສຳພີມີພຣະເຈົ້າອະນຸເທນ ເປັນຜູ້ປົກຄອງ ແຄ້ນໃນເມືອງນີ້ໄດ້ມີ
ການສ້າງຖວາຍເປັນພຸດທະບູຊາ 4 ວັດຄື:
1.ວັດໂຄສິຕາຣາມ.
2.ວັດກຸກະກຸຕະຣາມ.
3.ວັດປາວາລິກາຣາມ.
4.ວັດປາວາຣິກັມພະວັນ.
ທັງ4ວັດນີ້ພຣະພຸດທະເຈົ້າໄດ້ສະເດັດມາປະທັບເລື້ອຍໆ.
9 ແຄ້ວນກຸຣຸ ເມືອງຫຼວງຊື່ວ່າອິນທະປັດຖະຫຼືອິນທະປັດພຸດທະອົງໄດ້ສະເດັດປະທັບທີນິຄົມ
ມາສະທຳມະຫຼາຍທີ່ສຸດ.
10.ແຄ້ວນປັນຈະລະ ເມືອງຫຼວງມີ 2 ເມືອງຄື:ເມືອງຊື່ວ່າອະຫະສັຕຣະ(ສັຕຣະວະດີ)ແລະກັມ
ປິລະຍະເປັນດິນແດນທີ່ມີຄວາມໝັ້ນຄົງທາງພຸດທະສາສະໜາ ໃນໄລຍະລຸນຫຼັງມານີ້ມີຄົນຈີນ
ທີ່ນັບຖືສາສະໜາພຸດໄດ້ມາສືບສາສະໜາກໍພົບວ່າເມືອງອະຫິສັຕຣະເປັນແຜ່ນດີນແຫ່ງພຣະ
ພຸດທະສາສະໜາ.
11.ແຄ້ວນມັນລະຊື່ແຄ້ນໜຶ່ງໃນ16 ແຄ້ວນໃຫຍ່ໃນຊົມພູທະວີບສະໃໝພຸດທະການຕັ້ງຢູ່ທິດໃຕ້
ຂອງແຄ້ວນສຸຣະເສນະເມືອງຫຼວງຊື່ວ່າວິຣາຕະ ຫຼືກັມພິນຍະຖານະບົດບາດທາງສາສະໜາມີ
ໜ້ອຍ.
12.ແຄ້ວນສຸຣະເສນະ ຊື່ແຄ້ວນໜຶ່ງໃນມັດຊິມມະຊົນບົດແຫ່ງຊົມພູທະວີບຕັ້ງຢູ່ໃຕ້ຂອງແຄ້ວນ
ກຸຣຸລະຫວ່າງແມ່ນ້ຳສິນທຸກັບແມ່ນ້ຳຍະມຸນາຕອນລຸ່ມເມືອງຫຼວງຊື່ວ່າ ມະຖະລາ.
13.ແຄ້ວນອັດທະກະ ຊື່ແຄ້ວນໜື່ງໃນບັນດາ 16 ແຄ້ວນໃນຊົມພູທະວີບຕັ້ງຢູ່ໃນແມ່ນ້ຳໂຄທະ
ວະລີທິດຕາເວັນຕົກສ່ຽງເໝືອແຫ່ງແຄ້ວນອາວັນຕີ ມີເມືອງຫຼວງຊື່ວ່າໂປຕະລິຫຼືໂປຕະນະໄດ້
ກ່າວເຖີງແດ່ເລັກໜ້ອຍໃນຖານະເປັນທີ່ຕັ້ງອ່າສົມຂອງພວກພາມ
14.ແຄ້ວນອະວັນຕີ : ເມືອງຫຼວງຊື່ວ່າອຸດເຊນີມີພຣະເຈົ້າຈັນທະປັດໂຊດເປັນຜູ້ປົກຄອງຫຼັງທີ່
ພຣະພຸດທະເຈົ້າຕັດສະຮູ້ແລ້ວ ໄດ້ສົ່ງ ພຣະມະຫາກັດສະປະຈາຍະນະສະແດງທຳຈົນມາຫາ
ຊົນຍອມຮັບເອົາສາສະໜາພຸດເຂົ້າມານັບຖືແລະມີຄວາມໝັ້ນຄົງທີ່ສຸດ.
15.ແຄ້ວນຄັນທາຣະເມືອງຫຼວງຊື່ວ່າຕັກກະສີລາເປັນລາຊະທານີເຄີຍຈະເລີນຮຸ່ງເຮືອງດ້ວຍສີ
ລະປະວິທະຍາການຕ່າງໆມາແຕ່ພຸດທະການເປັນສະຖານທີ່ສຶກສາທີ່ມີຊື່ສຽງທີ່ສຸດໃນຍົກບູ
ຮານເອີ້ນດກັນວ່າເມືອງມະຫາວິທະຍາໄລ ຫຼື “ວິທະຍາໄລຕັກກະສີລາ” ມີແຕ່ຊົນຊັ້ນວັນນະ
ສູງເທົ່ານັ້ນມີສິດໄດ້ສຶກສາຮຳ່ຮຽນສືບຕໍ່ມາໃນຫຼາຍສະຕະວັດຈົນເຖີງສະຕະວັດທີ 11 ມີເລື່ງ
ກ່າວໄວ້ໃນຊາດົກຕ່າງໆຢ່າງຫຼວງຫຼາຍເຊີ່ງສະແດງໃຫ້ເຫັນວ່າເມືງຕັກກະສີລາເປັນສູນກາງ
ການສຶກສາມີສຳນັກອາຈານທີປາໂມກສັ່ງສອນສີລະປະວິທະຍາການຕ່າງໆ ໃຫ້ແກ່ລູກສິດ
ທີ່ເດີນທາງມາສຶກສາຮຳ່ຮຽນຈາກທຸກທ້ອງຖີ່ນໃນຊົມພູທະວີບແລະອື່ນໆ ໃນສະໃໝພຸດທະ
ການກໍ່ໄດ້ມີຜູ້ສຳເລັດການສຶກສາຈາກຕັກກະສີລາຄືພຣະເຈົ້າປະເສນທິໂກສົນ,ເຈົ້າລິດສະວີ,
ພນທະລະເສນາບໍດີ,ໝໍຊີວົກໂກມາຣະພັດເປັນຕົ້ນນັບຕັ້ງແຕ່ສະໃໝ ພຣະເຈົ້າອາໂສມະຫາ
ລາດເປັນຕົ້ນມາຕັກກະສີລາເປັນເມືອງ ທີ່ຈະເລີນຮຸ່ງເຮືອງ ດ້ວບພຸດທະສາສະໜາເປັນສະ
ຖານທີ່ສຳຄັນແຫ່ງໜຶ່ງທາງການສຶກສາທາງພຸດທະສາສະໜາເຊີ່ງຈະເລີນຂື້ນ ຄຽງຄູ່ກັບສາ
ສະໜາຮີນດູຈົນເຖີງປະຈຸບັນນີ້, ແລ້ວຍັງມີຊາກພຣະສາຖູບ, ເຈດີ,ວັດວາອາຣາມແລະມີປະ
ຕິມາກັມຄືພຣະພຸດທະຮູບແບບ ສີລະປະຄັນທະຣະ ຈຳນວນຫຼວງຫຼາຍປະກົກເຫັນເປັນຫຼັກ
ຖານຢູ່ທົ່ວໄປ.
16.ແຄ້ວນກຳໂພຊະ ເມືອງຫຼວງຊື່ວ່າທິວາຣະກະ ພຸດທະສາສະໜາໄດ້ແຜ່ເຂົ້າມາໃນສະໃໝ
ພຣະເຈົ້າອາໂສມະຫາລາດ.