ຂໍ້ແນະນຳວິທີໃຊ້ໃນງານບຸນຕ່າງໆ
I. ໃນເວລາເຮັດບຸນເຮືອນນັ້ນເພື່ອມັນເປັນສິລິມຸງຄຸນ (ເອີ້ນວ່າ ສູດມົນ)  ສູດມຸງຄຸນເຮືອນໃນຕອນແລງ
   ເມື່ອໄດ້ນິມົນພຣະສົງສາມະເນນມາຮອດເຮືອນຂອງຕົນແລ້ວກໍ່ຈັດສິ່ງຂອງຕ່າງໆເຂົ້າເຄນເພີ່ນເຊັ່ນ:
ຄຳໝາກ,  ກອກຢາ,  ກັບໄຟ, ຜ້າເຊັດມື,ນ້ຳດື່ມບໍລິສຸດ, ນ້ຳຫວານແລະງຽ້ງຢ່າງຮຽບຮ້ອຍແລ້ວນັ້ນ
ສີລະວັດ(ຄົນນຳພາໄຫວ້ພຣະຫຼືຖວາຍຂອງທານ) ແລະເຈົ້າສັດທາພ້ອມທັງຍາດພີ່ນ້ອງທີ່ມາຮ່ວມໃນ
ງານບຸນນັ້ນກໍ່ເລີ່ມເຮັດພິທີໄຫວ້ພຣະ  ໃນເບື້ອງຕົ້ນໂດຍຫຍໍ້,ເຊີ່ງສີລະວັດນຳພາເວົ້າຕາມບົດສູດລຸ່ມນີ້
1. ຄຳບູຊາດອກໄມ້ທູບທຽນ
(ເບີ່ງໜ້າຕໍ່່ໄປ)
2.ຄຳໄຫວ້ພຣະລັດຕະນະໄຕ(ອາລະຫັງ)
3.ຄຳໄຫວ້ພຣະພຸດທະເຈົ້າ :ວ່ານະໂມ 3 ຈົບ()
4.ຄຳໄຫວ້ພຣະໄຕສະລະນະຄົມ(ພຸດທັງ)
5.ວັນທາຄຳໄຫວ້ພຣະເຈດີສາຣິກະທາດຕົ້ນສີມະຫາໂພພຣະພຸດທະຮູບເປັນຕົ້ນ(ວັນທາໃຫຍ່).
6. ວັນທາຂໍພອນ(ວັນທານ້ອຍ)
7 .ປ່າວສັກເຄເທວະດາ(ຄຳເຊີນເທວະດາ)
8.ຫຼັງຈາກນັ້ນກໍ່ອາລາທະນາສິນ 5 ປະການ ,ເມື່ອພຣະສົງໃຫ້ສິນຈົບແລ້ວກໍ່ວ່າ
9.ອາລາດທະນາມຸງຄຸນ,ເມື່ອພຣະສົງສູດມຸງຄຸນຈົບແລ້ວ
10.ໃຫ້ອາລາດທະນາເທດ,ເມື່ອພຣະສົງເທດຈົບແລ້ວໃຫ້ວ່າ
11.ຄຳຖວາຍສັງຄະທານ,ເມື່ອຖວາຍຈົບແລ້ວ
12.ໃຫ້ຄາລະວະຫຼື້ ກາເຍ 3 ຈົບ
13.ພຣະສົງ ຍະຖາສັບພີໃຫ້ພອນຢາດນ້ຳອິມີນາ
14.ໃນເວລານັ້ນເຈົ້າສັດທາ ລວມທັງຍາດພີ່ນ້ອງ   ແລະ  ຊາວບ້ານອອ້ມຂ້າງທີ່ມາຮ່ວມງານບູນກໍ່ພາ
ກັນຢາດນ້ຳຂອງໃຜລາວ.
15.ສ່ວນຕອນກາງຄືນມື້ຕັ້ງບຸນນັ້ນ ແມ່ນຈະມີການຄົບງັນຕາມປະເພນີ
II. ຕອນເຊົ້າມື້ລຸນມານັ້ນ ກໍ່ມີການຈັດພິທີຕັກບາດ ແລະ  ຖວາຍສັງຄະທານຢູ່
ເຮືອນຂອງເຈົ້າສັດທາ

 ເມື່ອວ່າພຣະສົງສາມະເນນມາຮອດເຮືອນບຸນຢ່າງຄົບຖ້ວນແລ້ວນັ້ນກໍ່ໃຫ້ມີການເຄນສິ່ງຂອງຕ່າງໆ
ເຊັ່ນ:
ຄຳໝາກ, ກອກຢາ,ກັບໄຟ,ຜ້າເຊັດມື, ນ້ຳດື່ມບໍລິສຸດ, ນ້ຳຫວານແລະງຽ້ງຢ່າງຮຽບຮ້ອຍແລ້ວ
ນັ້ນ
ເມື່ອເຈົ້າສັດທາພ້ອມດ້ວຍຍາດຕິພີ່ນ້ອງມາກັນຄົບຖ້ວນແລ້ວ  ກໍ່ໄຫວ້ພຣະຮັບສິນເສຍກ່ອນໃຫ້
ປະຕິບັດ
ຕາມຂັ້ນຕອນຂ້າງເທີງນັ້ນລະ
1. ຄຳບູຊາດອກໄມ້ທູບທຽນ(ເບີ່ງໜ້າຕໍ່່ໄປ)
2.ຄຳໄຫວ້ພຣະລັດຕະນະໄຕ(ອາລະຫັງ)
3.ຄຳໄຫວ້ພຣະພຸດທະເຈົ້າ :ວ່ານະໂມ 3 ຈົບ()
4.ຄຳໄຫວ້ພຣະໄຕສະລະນະຄົມ(ພຸດທັງ)
5.ວັນທາຄຳໄຫວ້ພຣະເຈດີສາຣິກະທາດຕົ້ນສີມະຫາໂພພຣະພຸດທະຮູບເປັນຕົ້ນ(ວັນທາໃຫຍ່).
6. ວັນທາຂໍພອນ(ວັນທານ້ອຍ)
7 .ປ່າວສັກເຄເທວະດາ(ຄຳເຊີນເທວະດາ)
8.ຫຼັງຈາກນັ້ນກໍ່ອາລາທະນາສິນ 5 ປະການ ,ເມື່ອພຣະສົງໃຫ້ສິນຈົບແລ້ວກໍ່ວ່າ

9.ພຣະສົງສູດບາດຄື(ສູດພະຫຸງແລະອິຕິປິໂສ)
10.ອອກຕົນຍາດໂຍມກຽມຕັກບາດ
11.ແລ້ວຖວາຍສັງຄະທານແລະຖວາຍພາເຂົ້າແລະພັດຕາຫານ
12.ຫຼັງຈາກນັ້ນກໍ່ເຄນພາເຂົ້າແລະອາຫານຕ່າງໆ
13.ພຣະສົງສາມະເນນກໍ່ສັນເຂົ້າ(ກິນເຂົ້າ) ເປັນທີ່ຮຽບຮ້ອຍແລ້ວນັ້ນ
14.ຖ້າຈະຟັງທຳກໍ່ໃຫ້ອາລາດທະນາເທດ.ຖ້າຫາກບໍ່ມີຟັງເທດກໍ່ເຂົ້າສູ່ພິທີຄາລະວະ ກາເຍ ຕໍ່ໄປ
15.ຫຼັງຈາກນັ້ນພຣະສົງຍະຖາສັບພີໃຫ້ພອນຢາດນ້ຳເວລານັ້ນເຈົ້າສັດທາຍາດຕິພີ່ນ້ອງແລະຊາວ
ບ້ານອອ້ມຂ້າງທີ່ມາຮ່ວມງານບຸນເຮືອນກໍ່ພາກັນຢາດນ້ຳຂອງໃຜລາວ  ຈາກນັ້ນເອົາເປັນວ່າຈົບພິ
ງານບຸນເຮືອນແລະພິທີທາງສາສະໜາ ສ່ວນເຈົ້າສັດທາກໍ່ເຊີນແຂກ ຮັບປະທານອາຫານຕາມອັດ
ຕະຍາໄສ.ຕ່າງຄົນຕ່າງແຍກຍ້າຍກັນໄປຫຼັງຈາກຮັບປະທານອາຫານ